top of page
logo Minna.jpg

ບໍລິສັດ ມິນນາ ຈຳກັດ (ປະເທດລາວ)
ທີ່ປຶກສາດ້ານການຮຽນຕໍ່ໃນປະເທດຍີ່ປຸ່ນ

ຊັ້ນ 2 ຕຶກວຽງຈັນຊາເຟຍ, ເລກທີ 258, ໜ່ວຍ 16, 
ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

MINNA

ມິນນາເປັນທີ່ປຶກສາດ້ານການຮຽນຕໍ່ໃນປະເທດຍີ່ປຸ່ນ. ການບໍລິການຂອງພວກເຮົາປະກອບມີ:​

ກ່ຽວ​ກັບພວ​ກເຮົາ

MINNA ໄດ້ເລີ່ມກໍ່ຕັ້ງບໍລິສັດຂື້ນຢູ່ເມືອງໂອຊາກ້າ, ປະເທດຍີ່ປຸ່ນ ໃນປີ 2017, ໂດຍມີ 3 ຜູ້ຮ່ວມກໍ່ຕັ້ງມາຈາກປະເທດລາວ, ໄທ ແລະ ຫວຽດນາມ. ຫ້ອງການໂຕກຽວຂອງພວກເຮົາໄດ້ເປີດໃຫ້ບໍລິການໃນເດືອນພຶດສະພາ 2021, ແລະສຳຫຼັບຫ້ອງການ ໃນຕ່າງປະເທດແຫ່ງທຳອິດຂອງພວກເຮົາໄດ້ກໍ່ຕັ້ງຂຶ້ນທີ່ນະຄອນຫຼວງວຽງຈັນ, ປະເທດລາວໃນເດືອນກໍລະກົດ 2022. ພວກເຮົາມີວັດຖຸປະສົງຫຼັກ ແລະ ໃຫ້ບຸລິມະສິດປະກອບສ່ວນເຂົ້າໃນ 3 ເປົ້າໝາຍຂອງການພັດທະນາແບບຍືນຍົງຂອງ ສະຫະປະຊາຊາດ (ສປຊ). ໂດຍຈະສະໜອງໂອກາດກ່ຽວກັບການສຶກສາທີ່ມີຄຸນນະພາບໃນຍີ່ປຸ່ນ ໃຫ້ແກ່ນັກສຶກສາຈາກ ບັນດາປະເທດອາຊີຕາເວັນອອກສຽງໃຕ້ (SDG4), ປະກອບສ່ວນເຮັດໃຫ້ ການຕັ້ງຖິ່ນຖານ ສຳລັບຄົນຕ່າງປະເທດ ທີ່ອາໄສຢູ່ໃນປະເທດຍີ່ປຸ່ນສະດວກ, ປອດໄພ ແລະ ດີຂື້ນ (SDG11). ພ້ອມ​ທັງ​ຊຸກຍູ້ໃນ​ການ​ເຕີບ​ໂຕຂອງ​ ເສດຖະກິດ​ ແບບ​ຍືນ​ຍົງລະຫວ່າງ​ປະເທດຍີ່ປຸ່ນ, ປະເທດລາວ ​ແລະ ບັນດາ​ປະ​ເທດ​ຕ່າງໆໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SDG8).

ຫ້ອງການນະຄອນຫຼວງວຽງຈັນຂອງ MINNA ໄດ້ສ້າງຕັ້ງຂຶ້ນໃນເດືອນກໍລະກົດ, ປີ 2022, ໂດຍມີຈຸດປະສົງເພື່ອສົ່ງເສີມໂອກາດຕ່າງໆ ໃນຂົງເຂດການສຶກສາ ຫຼື ການລົງທຶນຢູ່ປະເທດຍີ່ປຸ່ນ. ພວກເຮົາຍັງມີຫ້ອງການຢູ່ໃນໃຈກາງຂອງເມືອງໂຕກຽວ & ໂອຊາກາ, ເຊິ່ງພ້ອມທີ່ຈະສະໜັບສະໜູນທ່ານ, ຕັ້ງແຕ່ຂັ້ນຕອນທໍາອິດຂອງການສະໝັກຮຽນ, ຂໍວີຊ່າ, ໃນຂະນະທີ່ອາໄສຢູ່ໃນຍີ່ປຸ່ນ, ແລະ ຈົນກ່ວາຈະກັບຄືນມາປະເທດລາວໃນພາຍຫຼັງ.

ວິໄສທັດ:

ເປັນກຳລັງບຸກເບີກໃນການສົ່ງເສີມໂອກາດຮຽນຮູ້ ແລະ ສ້າງຄວາມເຂັ້ມແຂງດ້ານທັດສະນະຄະຕິຂອງຄວາມເປັນພົນລະເມືອງໂລກ, ໃຫ້ແກ່ນັກຮຽນ ແລະ ໄວໜຸ່ມໃນລາວ ຜ່ານການສຶກສາ ແລະ ປະສົບການໃນການໃຊ້ຊີວິດຢູ່ປະເທດຍີ່ປຸ່ນ.

ພາລະກິດ:

“ສົ່ງເສີມຄວາມຝັນ, ສ້າງພົນລະເມືອງໂລກ”: ພາລະກິດຂອງ Minna Education ພວກເຮົາແມ່ນເພື່ອເປັນຈຸດສູນກາງປ່ອງດຽວ, ໃນການໃຫ້ຂໍ້ມູນ, ສະຫນັບສະຫນູນ ແລະ ອໍານວຍຄວາມສະດວກໃນການເຂົ້າເຖິງການສຶກສາລະດັບໂລກຂອງປະເທດຍີ່ປຸ່ນ. ໂດຍຜ່ານການໃຫ້ຄໍາປຶກສາ, ການສົ່ງເສີມວັດທະນະທໍາ ແລະ ການບໍລິການກຽມຄວາມພ້ອມຕ່າງໆ, ພວກເຮົາມີຈຸດປະສົງໃນການບໍາລຸງລ້ຽງພົນລະເມືອງໂລກ, ສົ່ງເສີມການແລກປ່ຽນຄວາມຮູ້ ແລະ ຄວາມເຊື່ອມໂຍງລະຫວ່າງປະເທດລາວ ແລະ ປະເທດຍີ່ປຸ່ນ.

4 ເຫດຜົນຫຼັກທີ່ຄວນໄປຮຽນທີ່ປະເທດຍີ່ປຸ່ນ

ການສຶກສາທີ່ມີຄຸນນະພາບ ອັນດັບຕົ້ນໆຂອງໂລກ!

ຍີ່ປຸ່ນເປັນປະເທດທີ່ມີຊື່ສຽງໃນດ້ານລະບົບການສຶກສາທີ່ດີເລີດ ແລະ ເປັນປະເທດທີ່ມີປະສິດທິພາບສູງດ້ານການສືກສາກ່ຽວກັບ ອັກສອນສາດ, ຄະນິດສາດ ແລະ ວິທະຍາສາດ. ມະຫາວິທະຍາໄລ ຢູ່ຍີ່ປຸ່ນທັງໝົດ ແມ່ນຖືກຄວບຄຸມໂດຍກະຊວງສຶກສາທິການ ແລະ ເຕັກໂນໂລຍີ (MEXT), ເພາະສະນັ້ນ ໃບຢັ້ງຢືນຕ່າງໆຈາກມະຫາວິທະຍາໄລຢູ່ຍີ່ປຸ່ນຈຶ່ງສາມາດນຳໃຊ້ ແລະ ຖືກຍອມຮັບທົ່ວໂລກ. ນອກນັ້ນ, ສາຂາວິຊາ ແລະ ຄອສຮຽນຕ່າງໆຍັງມີຄວາມຫຼາກຫຼາຍ, ຈື່ງເຮັດໃຫ້ນັກສຶກສາຕ່າງປະເທດສາມາດເລືອກສາຂາວິຊ່າ ທີ່ເໝາະສົມກັບຕົນເອງ ເພື່ອຮຽນ ແລະ ຄົ້ນຄວ້າໄດ້ຢ່າງງ່າຍດາຍ. ບໍ່ພຽງແຕ່ເທົ່ານັ້ນ, ລັດຖະບານຍີ່ປຸ່ນຍັງໄດ້ສຸມໃສ່ຫຼາຍກັບ ສິ່ງອໍານວຍຄວາມສະດວກໃນການຮຽນຮູ້ຂອງນັກສຶກສາເຊັ່ນ: ຫໍສະໝຸດທີ່ຖືກສ້າງຢູ່ໃນເຂດຕ່າງໆ, ຄອສຮຽນພາສາ/ວັດທະນະທຳຟຮີ ໃນແຕ່ລະເມືອງ, ທືນສະໜັບສະໜູນຈາກລັດຖະບານ ແລະ ເອກະຊົນ, ອື່ນໆ.

charles-postiaux-q_xbE7RSvBI-unsplash.jpg

ສະພາບແວດລ້ອມທີ່ປອດໄພ ແລະ ລະບົບການແພດທີ່ດີເລີດ!

ດ້ວຍອັດຕາການກໍ່ອາຊະຍາກຳ ແລະ ການໃຊ້ຢາເສບຕິດໜ້ອຍທີ່ສຸດ ຖ້າທຽບກັບປະເທດພັດທະນາອື່ນໆ ຍີ່ປຸ່ນຈື່ງເປັນໜື່ງໃນປະເທດທີ່ປອດໄພທີ່ສຸດໃນໂລກ. ໂຕກຽວ ແລະ ໂອຊາກາ ຍັງຖືກຈັດໃຫ້ເປັນເມືອງທີ່ປອດໄພອັນດັບ 1 ແລະ 3 ຂອງໂລກຕາມລຳດັບ. ໃນຂະນະທີ່ຍີ່ປຸ່ນມີໄພທຳມະຊາດເປັນບາງຄັ້ງຄາວ ແຕ່ການກໍ່ສ້າງກໍມີມາດຕະຖານສູງເຊັ່ນດຽວກັນ. ການປະດິດສ້າງເຕັກໂນໂລຢີຕ້ານແຜ່ນດິນໄຫວຂອງຍີ່ປຸ່ນທີ່ເລີ່ມມາກ່ວາ 4 ສັດຕະວັດ, ໄດ້ເຮັດໃຫ້ຍີ່ປຸ່ນຢູ່ໃນແຖວຫນ້າ ດ້ານໂຄງສ້າງພື້ນຖານທີ່ປອດໄພໃນໂລກ. ນອກນັ້ນ, ອີງຕາມອົງການອະນາໄມໂລກ, ຄົນຍີ່ປຸ່ນກໍ່ມີອາຍຸຍືນທີ່ສຸດໃນໂລກນຳ. ເຊີ່ງສ່ວນໜື່ງກໍ່ມາຈາກ ລະບົບການແພດທີ່ດີເລີດຂອງຍີ່ປຸ່ນ ທີ່ທຸກຄົນສາມາດເຂົ້າຫາໄດ້ ຜ່ານລະບົບປະກັນສຸຂະພາບແຫ່ງຊາດ ທີ່ມີລາຄາຖືກຫຼາຍ.

eea-ikeda-4VfSZmbZepo-unsplash.jpg

ໂອກາດໃນການຫາເຮັດວຽກເສີມ ແລະ ຊອກວຽກປະຈຳ ເພື່ອຢູ່ໄລຍະຍາວ!

ຍີ່ປຸ່ນເປັນປະເທດທີ່ມີປະຊາກອນສູງອາຍຸຫຼາຍ, ເຮັດໃຫ້ຊັບພະຍາກອນມະນຸດສຳຫຼັບການພັດທະນາ ຂາດເຂີນຢ່າງໜັກໜ່ວງ. ໃນປີ 2020, ຈຳນວນຊາວຍີ່ປຸ່ນທີ່ມີອາຍຸເກີນ 64 ປີ ກວມເອົາ 23%. ປະສົບກັບສະພາບດັ່ງກ່າວ, ລັດຖະບານຍີ່ປຸ່ນກໍ່ມີນະໂຍບາຍບຸລິມະສິດຫຼາຍຢ່າງເພື່ອດຶງດູດຄົນງານຕ່າງປະເທດ. ນອກຈາກນັ້ນ, ຫຼັງຈາກໂລກລະບາດ, ການຂາດແຄນຊັບພະຍາກອນມະນຸດໃນຍີ່ປຸ່ນຍີ່ງເພີ່ມຂຶ້ນ. ເພື່ອແກ້ໄຂບັນຫາຂາດເຂີນແຮງງານ ແລະ ສ້າງກຳລັງແຮງໃຫ້ແກ່ການພັດທະນາເສດຖະກິດ, ໂອກາດການເຮັດວຽກຢູ່ຍີ່ປຸ່ນ ຈື່ງໄດ້ເພີ່ມຂຶ້ນຕາມ. ໂດຍກົດໝາຍຍີ່ປຸ່ນແລ້ວ, ນັກສືກສາຕ່າງປະເທດສາມາດເຮັດວຽກເສີມໄດ້ສູງສຸດ 28 ຊົ່ວໂມງຕໍ່ 1 ອາທີດ, ເຊີ່ງໂດຍສະເລ່ຍແລ້ວ ພຽງພໍຕໍ່ການໃຊ້ຈ່າຍໃນການໃຊ້ຊີວິດ, ພ້ອມຍັງພຽງພໍຕໍ່ການຈ່າຍຄ່າຮຽນໃນແຕ່ລະເດືອນໄດ້ນຳ. ແລະ ເນື່ອງຈາກຄວາມຕ້ອງການ ຊັບພະຍາກອນມະນຸດເພີ່ມຂຶ້ນຫຼາຍ, ໂອກາດໃນການຫາວຽກເຮັດເຕັມເວລາ ສຳຫຼັບຄົນທີ່ໄດ້ພາສາຍີ່ປຸ່ນ ກໍ່ເພີ່ມສູງຂື້ນເຊັ່ນດຽວກັນ. ເພາະສະນັ້ນ, ການເລີ່ມຕົ້ນໄປຍີ່ປຸ່ນດ້ວຍການຮຽນພາສາ, ຈື່ງເຮັດໃຫ້ເພີ່ມໂອກາດໃຫ້ຕົນເອງ ໃນການໄດ້ເລືອກວຽກປະຈຳທີ່ມັກ ຫຼື ມີລາຍຮັບທີ່ດີກ່ວາ ໄດ້ຫຼາຍຂື້ນ.

atul-vinayak-bEi_pSDycSA-unsplash.jpg

ທຳມະຊາດ, ຜູ້ຄົນ ແລະ ວັດທະນະທຳທີ່ເປັນເອກະລັກ!

ຍີ່ປຸ່ນຍັງເປັນປະເທດທີ່ມີຄວາມປອດໄພ ແລະ ສະດວກຫຼາຍໃນການເດີນທາງທ່ອງທ່ຽວອີກນຳ. ດ້ວຍເຄືອຂ່າຍການຂົນສົ່ງສາທາລະນະ ແລະ ເສັ້ນທາງລົດໄຟທີ່ທົ່ວເຖີງ ແລະ ດີເລີດ, ພ້ອມກັບການເພີ່ມຂື້ນຂອງສາຍການບີນຕ່າງໆຈາກເອເຊຍ, ການຢ້ຽມຢາມຈາກຄອບຄົວຢູ່ລາວ ຫຼື ການເດີນທາງທ່ອງທ່ຽວ ໃນເວລາວ່າງຈາກການຮຽນ, ເຮັດວຽກ ກໍ່ເປັນສີ່ງທີ່ເຮັດໄດ້ງ່າຍ ແລະ ສະດວກສະບາຍເຊັ່ນດຽວກັນ. ນອກຈາກນັ້ນ, ການດຳລົງຊີວິດໃນຕ່າງແດນ ແລະ ສຶກສາຮຽນຮູ້ພາສາໃໝ່ ຢູ່ປະເທດຍີ່ປຸ່ນ, ນອກຈາກຈະເຮັດໃຫ້ເຈົ້າໄດ້ຊື່ນຊົມ ກັບປະຫວັດສາດ, ທຳມະຊາດ, ວັດທະນະທໍາ ແລະ ສິນລະປະ ທີ່ເປັນເອກະລັກແບບຫາຢູ່ໃສບໍ່ໄດ້ ຂອງປະເທດນີ້ແລ້ວ, ມັນຍັງເປັນຊ່ອງທາງ ໃນການໄດ້ຮຽນຮູ້ກ່ຽວກັບ ມຸມມອງດ້ານຈິດສຳນຶກຂອງຄົນຍີ່ປຸ່ນຜ່ານພາສາ, ຂໍ້ສຳຄັນຂອງຄວາມຫຼາກຫຼາຍທາງວັດທະນະທຳ ແລະ ສັງຄົມຕ່າງໆ. ເຊີ່ງພວກເຮົາເຊື່ອວ່າ ສີ່ງເຫຼົ່ານີ້ຈະນຳພາສູ່ການເຂົ້າໃຈ ແລະ ເຫັນຄ່າຫຼາຍຂື້ນກ່ຽວກັບຕົນເອງ ຫຼື ພື້ນທີ່, ວັດທະນະທຳ, ປະເທດຂອງຕົນ, ແລະ ຈະນຳພາສູ່ການສາມາດມອບຄຸນຄ່າໃຫ້ແກ່ສັງຄົມໃນອະນາຄົດໄດ້ຫຼາຍຂື້ນ.

yohei-shimomae-VkYbDqseTy4-unsplash.jpg

ເປັນຫຍັງຈຶ່ງຕ້ອງເລືອກ MINNA?

ບໍລິສັດ MINNA ກໍ່ຕັ້ງຂື້ນທີ່ເມືອງໂອຊາກ້າ, ປະເທດຍີ່ປຸ່ນໃນເດືອນ 7 ປີ 2017, ໂດຍມີຈຸດປະສົງຫຼັກຄື ການສະໜັບສະໜູນຄົນຕ່າງປະເທດ. ໃນການໃຊ້ຊີວິດຢູ່ຍີ່ປຸ່ນໄລຍະຍາວ. ໃນເດືອນ 8 ປີ 2022 ນີ້, MINNA ໄດ້ເລີ່ມເປີດຫ້ອງການຢູ່ນະຄອນຫຼວງວຽງຈັນຂື້ນ, ເຮັດໜ້າທີ່ເປັນທີ່ປຶກສາ ດ້ານການຮຽນຕໍ່ ໃນປະເທດຍີ່ປຸ່ນ ສຳຫຼັບນັກຮຽນລາວທຸກຄົນທີ່ສົນໃຈ. ແລະ ເຫດຜົນພ້ອມລາຍລະອຽດ ທີ່ເປັນຫຍັງຄວນເລືອກສະໝັກໄປຮຽນຢູ່ຍີ່ປຸ່ນ ຜ່ານ MINNA ນັ້ນມີຄື:

ຫ້ອງການ

ມີຫ້ອງການໃນເມືອງໂອຊາກ້າ ແລະ ໂຕກຽວ, ປະເທດຍີ່ປຸ່ນ, ພ້ອມກັບເຄືອຂ່າຍຄົນລາວ, ນັກຮຽນລາວໃນຍີ່ປຸ່ນ. ຈື່ງພ້ອມໃຫ້ການສະໜັບສະໜູນ ແລະ ຄຳປືກສາ ຕັ້ງແຕ່ເວລາເລີ່ມວາງແຜນ, ກ່ອນເ ດີນທາງ, ລະຫວ່າງທີ່ຢູ່ຍີ່ປຸ່ນ ແລະ ຈົນກ່ວາຈະກັບມາລາວຖາວອນ

ຈຸດດຽວ

ສາມາດສະໜັບສະໜູນຕັ້ງແຕ່ການກະກຽມພາສາຍີ່ປຸ່ນ, ແປ ແລະ ປະສານງານເລື່ອງເອກະສານ, ຊ່ວຍເຝີກສຳຫຼັບການສໍາພາດຂໍ VISA ຫຼື ຂໍ ໃບ COE, ຈັດຈອງປີ້ຍົນ, ແນະນຳອາພາດເມັ້ນສ່ວນຕົວລ່ວງໜ້າ, ຊ່ວຍສະໝັກເບີໂທ, ອິນເຕີເນັດ, ອື່ນໆ

ທີມງານ

ມີທີມງານມືອາຊີບ, ມີປະສົບການໃນການສຶກສາ, ໃຊ້ຊີວິດ, ເຮັດທຸລະກິດ, ລົງທືນ, ມີທີມນັກບັນຊີ, ທະນາຍຄວາມ ຢູ່ທີ່ປະເທດຍີ່ປຸ່ນ. ສາມາດໃຫ້ຄໍາປຶກສາ ແລະ ສະໜັບສະໜູນ ນັກຮຽນຢ່າງໃກ້ຊິດ ກັບຂໍ້ມູນທີ່ຊັດເຈນ ແລະ ຖືກຕ້ອງທີ່ສຸດ

ຄ່າໃຊ້ຈ່າຍ

​ຮັບ​ປະ​ກັນດ້ານໂຕເລກຄ່າ​ໃຊ້​ຈ່າຍ​. ໃນຫຼາຍໆກໍລະນິແມ່ນອາດຈະໄດ້ສ່ວນຫຼຸດເພີ່ມຫຼາຍກ່ວາການສະໝັກດ້ວຍຕົນເອງ. ເນື່ອງຈາກ​ພວກເຮົາມີຫ້ອງການທີ່ປະເທດຍີ່ປຸ່ນໂດຍກົງ, ແລະ ມີຄວາມສຳພັນໃກ້ຊິດກັບບໍລິສັດຕ່າງໆທີ່ສະໜັບສະໜູນຄົນຕ່າງປະເທດໃນຍີ່ປຸ່ນ

ຂໍ້ມູນ

ເຄືອຂ່າຍຂໍ້ມູນໃນເກືອບທຸກເມືອງໃນປະເທດຍີ່ປຸ່ນ. ສາມາດແນະນຳ ຄອສຮຽນ, ໂຮງຮຽນ ຫຼື ທາງເລືອກທີ່ເໝາະສົມທີ່ສຸດ

ຮັບປະກັນ

ໃຫ້ຄຳປືກສາ, ແນະນຳ ແລະ ເຝີກອົບຮົມກ່ອນການສຳພາດຕ່າງໆ. ຈື່ງຈະເຮັດໃຫ້ເພີ່ມໂອກາດໃນການໄດ້ຮັບເຂົ້າຮຽນ, ໄດ້ຮັບໃບ COE ຫຼື VISA

ຕິດຕໍ່ພວກເຮົາ

ທີ່ຢູ່ຫ້ອງການ

ຕຶກວຽງຈັນຊາເຟຍ ຊັ້ນ 2, ຖະໜົນສາຍລົມ, ເລກທີ 258, ໜ່ວຍ 16, ບ້ານຫັດສະດີ,

ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

 

ຊ່ອງທາງຕິດຕໍ່

(+856) 021 253 790

fb.com/minnainlaos

ໂມງເປີດ

ວັນຈັນ ຫາ ວັນສຸກ

ຕອນເຊົ້າ

ຕອນບ່າຍ

09:00 - 12:00

13:00 - 17:00

©Copyrights of MINNA JSC, 2022

bottom of page